Categories
ສາຍທຳມະຊາດ

ຜົນຂອງລະດັບຕົ້ນມັນຕົ້ນໃນສູດອາຫານປະສົມຄົບສ່ວນ ຕໍ່ການຍ່ອຍໄດ້ໃນຫ້ອງທົດລອງ ຂອງງົວພື້ນເມືອງລາວ

ອໍາແກ້ວ ລໍສອນພັນ1, ອາຄົມ ດວງຄຳຫຼ້າ1, ອໍລະຍາ ວົງພະຈັນ1, ຕູນີ່ ຄຳສຸກຖາວົງ1, ດາວວີ ກອງມະນີລາ1, Pattaya Napasirth2*, ວຽງສະກຸນ ນາປະເສີດ1* 1ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, 2ຄະນະເຕັກໂນຊີ, ມະຫາວິທະຍາໄລຣາຊະພັດອຸດອນທານີ, ປະເທດໄທ. *ຄະນະຮັບຜິດຊອບການຄົ້ນຄວ້າ: v.napasirth@nuol.edu.la, pattaya_napasirth@hotmail.com

ບົດຄັດຫຍໍ້

ຈຸດປະສົງຂອງການທົດລອງຄັ້ງເພື່ອສຶກສາລະດັບຂອງການນຳໃຊ້ຕົ້ນມັນຕົ້ນໝັກໃນສູດອາຫານຄົບສ່ວນ ຕໍ່ປະລິມານການຜະລິດແກສແລະການຍ່ອຍໄດ້ຂອງວັດຖຸແຫ້ງ ແລະ ອິນຊີວັດຖຸ ໃນຫ້ອງທົດລອງການທົດລອງ. ການທົດລອງປະກອບດ້ວຍ 5 ສິ່ງທົດລອງໄດ້ແກ່ T1:ຕົ້ນມັນຕົ້ນໝັກ 10%, T2:ຕົ້ນມັນຕົ້ນໝັກ 20%, T3:ຕົ້ນມັນຕົ້ນໝັກ 30%, T4:ຕົ້ນມັນຕົ້ນໝັກ 40% ໂດຍວາງແຜນການທົດລອງແບບສຸ່ມສົມບູນ. ຈາກຜົນການທົດລອງພົບວ່າ ປະລິມານແກສສະສົຂອງຊົ່ວໂມງທີ 96 ສູງສຸດແມ່ນ T3 (74.10 ml) ຮອງລົງມາແມ່ນ T1 (73.28 ml), T2 (66.38 ml), T4 (64.73 ml) ແລະ T5 (59.38 ml) ຕາມລຳດັບ (P<0.05). ຜົນຂອງການຍ່ອຍໄດ້ຂອງວັດຖຸແຫ້ງ IVDMD ໃນຊົ່ວໂມງທີ 24 ແລະ 48 ແມ່ນບໍ່ມີຄວາມແຕກຕ່າງທາງດ້ານສະຖິຕິ (P>0.05) ແຕ່ຊົ່ວໂມງທີ 96 ເຫັນວ່າ T3 ຍ່ອຍໄດ້ສູງສຸດ (70.31 %) ຮອງລົງມາແມ່ນ T1 (66.67 %), T2 (64.59 %), T4 (63.76 %) ແລະ T5 (59.57 %) ຕາມລຳດັບ (P<0.05) ໃນລັກສະນະດຽວກັນ ການຍ່ອຍໄດ້ຂອງອິນຊີວັດຖຸນະຊົ່ວໂມງທີ່ 96 ເຫັນວ່າ T3 ຍ່ອຍໄດ້ສູງສຸດ (68.47 %) ຮອງລົງມາແມ່ນ T1 (64.70 %), T2 (62.33 %), T5 (60.54 %) ແລະ T4 (60.52 %) ຕາມລຳດັບ (P<0.05) ຈາກຜົນການທົດລອງສະຫຼຸບໄດ້ວ່າ ການເສີມຕົ້ນມັນຕົ້ນສາມາດເສີມໄດ້ໃນສູດອາຫານ ແລະສາມາດເສີມໃນອັດຕາແຕ່ 10 ຫາ 30 % ໃນສູດອາຫານປະສົມຄົບສ່ວນຂອງງົວພື້ນເມືອງ.