Categories
ສາຍສັງຄົມ

ການ​ເຕີບ​ໂຕ​ດ້ານອຸດສາ​ຫະ​ກໍາການທ່ອງທ່ຽວຂອງເມືອງໄຊທານີໃນໄລຍະຂອງການພັດທະນາ

ຊອ.ປທ.ນາງ ວິໄລທ່ຽງ ສີສຸວົງ tel: 020 56537735, email: v.sisouvong@nuol.edu.la ອ​ຈ.ປອ.ສາຍທອງ ພົມມະວົງ, ຊອ.ປ​ທ.ນາງ ສີ​ປະ​ໄພ ປັນ​ຕະ​ຍາ​ນົນ, ຊອ.ປທ. ເມນີລາດ ສີມົງຄຸນ ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄສຄ, ມຊ

ບົດຄັດຫຍໍ້

ການ​ສຶກ​ສາ​ການເຕີບ​ໂຕ​ດ້ານ​ອຸດ​ສາ​ຫະ​ກໍາການ​ທ່ອງ​ທ່ຽວຂອງ​ເມືອງ​ໄຊ​ທາ​ນີ​ ໃນ​ໄລ​ຍະ​ຂ້າມ​ຜ່ານຂອງ​ການ​ພັດ​ທະ​ນາ​ນີ້ ແມ່ນໄດ້ສຶກສາ ສະພາບການປ່ຽນແປງອຸດສາຫະກໍາທ່ອງທ່ຽວໃນເມືອງໄຊທານີ ນະຄອນຫຼວງວຽງຈັນ. ການສຶກສາແມ່ນໄດ້ໃຊ້ວິທີສຶກສາແບບຄຸນນະພາບໂດຍອາໄສຫຼັກຖານຂໍ້ມູນຈາກເອກະສານຂອງພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຂໍ້ມູນໃນລະບົບອິນເຕີເນັດກັບພາກສ່ວນທີ່ກ່ຽວຂ້ອງໃນດ້ານສະຖິຕິ, ປະຫວັດຄວາມເປັນມາ, ແລະ ທີ່ຕັ້ງຂອງສະຖານທີ່ຕ່າງໆ ແລະ ການສໍາພາດແບບມີໂຄງສ້າງ ແລະ ເຈາະເລິກປະເດັນທີ່ກ່ຽວຂ້ອງ ຈໍານວນ 14 ຄົນ ຈາກ 2 ພາກສ່ວນ ຄື: 1) ພາກສ່ວນ ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ແລະ 2) ຜູ້ບໍລິຫານທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວໃນເມືອງໄຊທານີ ຜົນການສຶກສາພົບວ່າ: 

ເມືອງໄຊທານີໃນຊ່ວງປີ 1999 ຕົນຮອດຕົ້ນປີ 2020 ແມ່ນມີການປ່ຽນແປງ ແລະ ຂະຫຍາຍຕົວສູງ ທາງດ້ານອຸດສາຫະກໍາການທ່ອງທ່ຽວ ເປັນຕົ້ນແມ່ນ ທີ່ພັກ ທີ່ມີອັດຕາການເຕີບໂຕສະເລ່ຍໃນແຕ່ລະປີ 6.30 ສ່ວນຮ້ອຍ; ຮ້ານອາຫານ ອັດຕາສະເລ່ຍໃນແຕ່ລະປີ 4.40 ສ່ວນຮ້ອຍ, ປີທີ່ມີອັດຕາການເຕີບໂຕສູງກວ່າໝູ່ແມ່ນ ປີ 2004 ອັດຕາການເຕີບໂຕຂອງຮ້ານອາຫານແມ່ນເທົ່າກັບ 200 ສ່ວນຮ້ອຍ; ບໍລິສັດທ່ອງທ່ຽວມີອັດຕາສະເລ່ຍແຕ່ລະປີເທົ່າກັບ 0.16 ສ່ວນຮ້ອຍ, ດ້ານແຫຼ່ງທ່ອງທ່ຽວກໍມີການພັດທະນາ ແລະຂະຫຍາຍຕົວ, ສ່ວນຈໍານວນນັກທ່ອງທ່ຽວແມ່ນບໍ່ສາມາດຢືນຢັນໄດ້ເນື່ອງຈາກທາງເມືອງເອງບໍ່ໄດ້ເກັບຂໍ້ມູນດັ່ງກ່າວ ມີແຕ່ສະຖິຕິປີ 2017 ເມືອງໄຊທານີມີຈໍານວນນັກທ່ອງທ່ຽວ 3,102 ຄົນ ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດພຽງແຕ່ 30 ຄົນ. ແຕ່ໃນການເຕີບໂຕດັ່ງກ່າວແມ່ນຍັງບໍ່ສົມດູນລະຫວ່າງນັກທ່ອງທ່ຽວ ແລະ ດ້ານທີ່ພັກ ເນື່ອງຈາກວ່າສັງເກດເຫັນທຸກິດທີ່ພັກບາງບ່ອນແມ່ນປະກາດຂາຍ ແລະ ຍຸບເລີກ; ດ້ານລາຍຮັບຈາກການທ່ອງທ່ຽວໂດຍກົງກໍບໍ່ສາມາດເກັບກໍາຂໍ້ມູນໄດ້ ມີແຕ່ຂໍ້ມູນລາຍຮັບຂອງເມືອງຈາກຂະແໜງການຕ່າງໆ ໃນນັ້ນມີຂະແໜງການບໍລິການ ແລະ ການຄ້າ ທີ່ເປັນອັນດັບ 2 ຮອງຈາກຂະແໜງອຸດສາຫະກໍາ ແລະ ກໍ່ສ້າງ, ສ່ວນໃນດ້ານສິນຄ້າທີ່ລະນຶກແມ່ນຍັງບໍ່ມີຫຼາຍ ແລະ ຍັງຕ້ອງການການສົ່ງເສີມຜະລິດຕະພັນພາຍໃນເມືອງ, ນອກຈາກນັ້ນ, ເມືອງໄຊທານີກໍມີການຈັດກິດຈະກໍາການທ່ອງທ່ຽວແບບຄາລາວານ ແລະ ບຸນປະເພນີຕ່າງໆ ເປັນການກະຕຸ້ນໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວ.