ບົດຄົດຫຍໍ້
ປະເທດລາວ ນັບຕັ້ງແຕ່ປີ 2014 ຫາ 2020, ຈາກສະຖິຕິໄດ້ເກິດມີອັກຄີໄພລວມທັງໝົດ 1.195 ຄັ້ງ ມູນຄ່າເສຍຫາຍຫຼາຍກວ່າ 2.391.000.000.000 ກີບ. ຖ້າຄິດສະເພາະນະຄອນຫຼວງວຽງຈັນ ໃນໄລຍະ 7 ປີຜ່ານມານີ້ເຫັນວ່າມີການເກິດອັກຄີໄພທັງໝົດ 383 ຄັ້ງ ຄິດເປັນ 32% ຂອງທັງໝົດ ແລະ ມູນຄ່າເສຍຫາຍ 1.147.338.000.000 ກີບ ເປັນເຂດທີ່ມີການເກິດອັກຄີໄພຫຼາຍສຸດ. ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊີວິດອີນຊີ, ແລະ ເຮືອນຊານບ້ານຊ່ອງ ຂອງພໍ່ແມ່ປະຊາຊົນ ຢ່າງມະຫາສານ. ບັນຫາອັນເປັນຕົ້ນຕໍ່ທີ່ເຮັດໃຫ້ເກິດອັກຄີໄພ ແມ່ນໄຟຟ້າລັດວົງຈອນ ຄວາມປະມາດໃນການໃຊ້ໄຟແຕ່ງຢູ່ຄົວກີນ. ໄຟທີ່ໃໝ້ຈະຫຍາຍວົງກວ້າງຢ່າງໄວວາ ຍ້ອນຄວາມແອອັດຂອງຊຸມຊົນ ຫາກການໃຫ້ຄວາມຊ່ວຍເຫຼືອ ການດັບເພີງ ແລະ ມອດໄຟຟ້າ ມີຄວາມຊັກຊ້າ ບໍ່ທ່ວງທັນຕໍ່ເຫດການ ຈະສ້າງຄວາມສູນເສຍຢ່າງຫຼວງຫຼາຍ. ຂັ້ນຕອນໃນການດໍາເນີນການຊ່ວຍເຫຼືອຂອງເຈົ້າໜ້າທີ່ດັບເພີງ ແມ່ນມີຄວາມຊັກຊ້າ ເນື່ອງຈາກວ່າທາງສະຖານີຈໍາເປັນຈະຕ້ອງໄດ້ສອບຖາມເຖີງລາຍລະອຽດກ່ຽວກັບຜູ້ປະສົບໄພ ບໍ່ວ່າຈະເປັນ ເຫດເກິດຢູ່ໃສ ເຮືອນ-ຮ່ອມທີເທົ່າໃດ ບ້ານຫຍັງ ເມືອງຫຍັງ ແລະ ອື່ນໆ ທີ່ກ່ຽວຂ້ອງ ເພື່ອເປັນຂໍ້ມູນທີ່ຈະໃຊ້ເຂົ້າໃນການເດີນທາງ ໄປໃຫ້ຄວາມຊ່ວຍເຫຼືອ ບາງຄັ້ງຄາວໃຊ້ເວລາ 10-30 ນາທີ ໃນການຮັບຂໍ້ມູນ. ທາງດ້ານເຈົ້າໜ້າທີ່ໄຟຟ້າ ທີ່ຈະໄປມອດໄຟນັ້ນ ກໍ່ຕ້ອງໄດ້ສອບຖາມຂໍ້ມູນເຊັ່ນດຽວກັນ. ສະນັ້ນ, ໃນບົດຄົ້ນຄວ້າວິໄຈສະບັບນີ້ຈະໄດ້ສຶກສາລະບົບການແຈ້ງເຕືອນອັກຄີໄພ ທີ່ສາມາດລະບຸສະຖານທີ່ ແລະ ເສັ້ນທາງ ຈາກສະຖານີດັບເພີງ-ໄຟຟ້າ ໄປຫາຈຸດເກິດເຫດ. ຫາກເກິດອັກຄີໄພໃນສະຖານທີ່ໃດໜື່ງ ລະບົບຈະສົ່ງຂໍ້ມູນ ຜ່ານທາງເຄືອຂ່າຍ GSM ມາຫາສະຖານີດັບເພີງ ແລະ ສະຖານີໄຟຟ້າ ຮັບແຈ້ງເຫດພາຍໃນ 1 ນາທີ ຫຼື ໜ້ອຍກວ່າ. ໂດຍຈະສະແດງຂໍ້ມູນຂອງສະຖານທີ່ເກິດເຫດ ເຊັ່ນ: ຂໍ້ມູນເຈົ້າຂອງເຮືອນ, ຕໍາແໜ່ງ, ບ້ານເລກທີ, ຮ່ອມທີ, ເມືອງ ແລະ ເສັ້ນທາງ ຈາກສະຖານີໄປຫາຈຸດເກິດເຫດ ຜ່ານທາງ Google maps ໄວ້ຢ່າງຊັດເຈນ. ຊື່ງເປັນຂໍ້ດີທີ່ສາມາດເຮັດໃຫ້ຂະບວນການຊ່ວຍເຫຼືອຜູ້ປະສົບໄພ ໄດ້ໄວຂຶ້ນ ແລະ ທັນຕໍ່ເຫດການ ເພື່ອຫຼຸດຜ່ອນຄວາມເສຍຫາຍທີ່ອາດຈະເກິດຂຶ້ນ.