Categories
ສາຍທຳມະຊາດ

ການສຶກສາລັກສະນະໂຄງສ້າງເສັ້ນຮອຍເລື່ອນເທີງໜ້າດິນ ໂດຍການນຳໃຊ້ເຕັກໂນໂລຊີພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ, ສປປ ລາວ

ວິລະສິດ ພົມສຸວັນ1, ວົງເພັດ ສີທະວົງ2, ໄພວອນ ແສງພັອນ1, ສຸດວິໄລ ດວງພະຈັນ1 1ພະແນກ ສືບຢັ່ງທາງໄກ ແລະ ແຜນທີ່, ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 2ພະແນກ ຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ບົດຄັດຫຍໍ້

ຄຳວ່າ “Lineament” ໝາຍເຖີງລັກສະນະແນວເສັ້ນຊື່ ທີ່ອະທິບາຍ ກ່ຽວກັບ ໂຄງສ້າງພື້ນຖານຂອງທໍລະນີວິ ທະຍາ. ນອກ ຈາກນີ້ Lineament ຍັງສະແດງລັກສະນະໂຄງສ້າງແນວເສັ້້ນຮອຍເລື່ອນເທີງໜ້າດິນ; ເຊີ່ງເປັນລັກສະ ນະທາງດ້ານໂຄງສ້າງກາຍຍະພາບ ແລະ ຮູບແບບຂອງປະກົດການທາງທໍລະນີສັນຖານວິທະຍາ ຂອງເປືອກໂລກ (Geomorphological Lineament); ພ້ອມກັນນັ້ນ ກໍ່ຍັງມີຫຼາຍທິດສະດີ ແລະ ຫຼັກການ ເພື່ອໃຊ້ສຶກສາ ກ່ຽວກັບ ພື້ນທີ່ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນໃນວຽກງານການສຳຫຼວດ ເຊີ່ງໄດ້ຕິດພັນກັບຄວາມເປັນມາ ແລະ ການປ່ຽແປງໂຄງສ້າງໜ່ວຍໂລກຂອງພວກເຮົາ (O’Leary et al., 1976). ປະຈຸບັນ, ການສຶກສາດັ່ງກ່າວໄດ້ຮັບຄວາມສົນໃຈ ແລະ ນຳໄປປະຍຸກໃຊ້ໃນຂະແຫນງການຕ່າງໆຢ່າງກວ້າງຂວາງ ໂດຍສະເພາະແມ່ນທາງດ້ານທໍລະນີວິທະຍາ ເພາະມີບົດບາດຄວາມສຳຄັນ ຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ການຂຸດຄົ້ນບໍ່ແຮ່ (Rowan & Lathram, 1980; Mathew & Ariffin, 2018); ການເລືອກທີ່ຕັ້ງຂອງການສ້າງເຂື່ອນ (Tamura et al., 2000; Theilen-Willige et al., 2016; Barjasteh, 2019); ຂົວ, ເສັ້ນທາງຄົມມະນາຄົມ (Singh, et al., 2016), ການເກີດແຜ່ນດິນໄຫວ (Arellano-Baeza et al., 2006a; 2006a; 2007; Sharifia et al., 2008; Vashchilov & Kalinina 2008; Lister et al., 2018); ການເຊາະເຈື່ອນ ແລະ ການພັງຖະລາຍຂອງໜ້າດິນ (Ramli et al., 2010; Yusof et al., 2011; Ali & Ali, 2018); ການຫານ້ຳໃຕ້ດິນ (Chandra et al., 2006; Abdullah et al., 2015; Takorabt et al., 2018; Thomas & Duraisamy, 2018) ແລະ ລັກສະນະຄວາມເຄັມຂອງພື້ນທີ່ດິນ (Wannakomol, 2005, YADARAK, 2009) ແລະ ອື່ນໆ.

ການສຶກສາຄັ້ງນີ້ ໄດ້ນຳໃຊ້ເຕັກໂນໂລຊີສືບຢັ່ງທາງໄກ (ພາບຖ່າຍດາວທຽມ) ມາວິເຄາະ ແລະ ປະມວນພາບຖ່າຍດາວ Landsat-8 OLI/TIRS ເຊີ່ງພາບຖ່າຍດາວທຽມ ວັນທີ 09 ກຸມພາ 2019 ເພື່ອມາແຍກເອົາຂໍ້ມູນເສັ້້ນຮອຍເລື່ອນເທີງໜ້າດິນ ດ້ວຍວິທີການໄຈ້ແຍກແບບອັດຕະໂນມັດ (Automatic Lineament Extraction) (Adhab & Hassan, 2014; El-Sawy, 2016); ພົບວ່າ: ຈຳນວນເສັ້ນຮອຍເລື່ອນເທີງໜ້າດິນ ພາຍຂອບເຂດພື້ນທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ມີທັງໝົດ 711 ເສັ້້ນ. ໃນນັ້ນ ຄວາມຍາວສູງສຸດ, ຄວາມຍາວຕ່ຳສຸດ ແລະ ຄວາມຍາວສະເລ່ຍ ຂອງ ເສັ້້ນຮອຍເລື່ອນເທີງໜ້າດິນ ປະມານ 4000 ແມັດ, 12 ແມັດ ແລະ 577 ແມັດ ຕາມລຳດັບ. ສຳລັບ, ຄວາມໜາແໜ້ນເສັ້້ນຮອຍເລື່ອນເທີງໜ້າດິນ (Lineament Density) ຈະສະແດງຄ່າຄວາມເຂັ້ມຂອງສີທີ່ແຕກຕ່າງກັນ ຄື: ສີເຫຼືອງອ່ອນ ມີຄວາມໜາແໜ້ນໜ່ອຍ (ມີຈຳນວນ 1-2 ເສັ້້ນ), ສີຂຽວອ່ອນ ແມ່ນມີຄວາມໜາແໜ້ນປານກາງ (ມີຈຳນວນ 3-4 ເສັ້້ນ) ແລະ ສີຟ້າແກ່ ມີຄວາມໜາແໜ້ນສູງ (ມີຈຳ ນວນຫຼາຍກວ່າ 5 ເສັ້້ນຂື້ນໄປ). ພ້ອມນັ້ນ ກໍ່ຍັງພົບວ່າ: ແນວໂນ້ມຂອງທິດທາງການແຜ່ກະຈາຍແນວເສັ້້ນຮອຍເລື່ອນເທິງໜ້າດິນ (Trend of Lineament Orientations) ຢູ່ ເມືອງແກ້ວອຸດົມ ເມື່ອທຽບກັບຄວາມໜາແໜ້ນຂອງແນວເສັ້້ນຊື່ດັ່ງກ່າວ ມີທິດໄປທາງທິດຕາເວັນອອກຊຽງເໜືອ (Northeast) ຫຼາຍກວ່າ ທິດຕາເວັນ ຕົກຊຽງເໜືອ (Northwest). ຈາກຜົນໄດ້ຮັບຂອງການສຶກສາຄັ້ງນີ້, ເຖີງແມ່ນວ່າຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ທີ່ໄດ້ຈາກວິເຄາະ ແລະ ປະມວນຜົນຈາກພາບຖ່າຍດາວທຽມ ຢູ່ ເມືອງແກ້ວອຸດົມ, ແຂວງວຽງຈັນ ເຊີ່ງເບື່ອງຕົ້ນຍັງບໍ່ສາມາດບົ່ງຊີ້ໄດ້ເຖີງໄລ່ຍະເວລາທີ່ແນ່ນອນ ກ່ຽວກັບ ແນວໂນ້ມ ຫຼື ຄວາມສ່ຽງ ຂອງການເກີດມີແຜ່ນດິນໄຫວໃນອານາຄົດ ຫຼື ບໍ່; ເພາະຕ້ອງໃຊ້ຮ່ວມກັບບັນດາຂໍ້ມູນຕ່າງໆ ເຊັ່ນ: ສະຖິຕິການເກີດແຜ່ນ ດິນ, ຄວາມແຮງສັນສະເຖື່ອນ, ລັກສະນະໂຄງສ້າງທໍລະນີສັນ ຖານ ແລະ ຂໍ້ມູນອື່ນໆ ໃນຂອບເຂດພື້ນທີ່ສຶກສາ ແລະ ພື້ນທີ່ຢູ່ໃກ້ຄຽງ ພ້ອມກັບການວິເຄາະຈາກເຄື່ອງມືອຸປະ ກອນທີ່ທັນສະໄໝ ແລະ ຄະນະຜູ້ຊ່ຽວຊານທາງດ້ານທໍລະນີສັນຖານວິທະຍາ ເພື່ອຈະປະເມີນຫາຄວາມສ່ຽງ ຫຼື ແນວໂນ້ມທີ່ຈະເກີດມີແຜ່ນດິນໄຫວ. ແຕ່ເຖີງຢ່າງໃດກໍ່ຕາມ, ຂະບວນການ ແລະ ວິທີການວິເຄາະ ເພື່ອໃຫ້ໄດ້ມາຂອງຂໍ້ມູນລັກສະນະໂຄງສ້າງເສັ້້ນຮອຍເລື່ອນເທີງໜ້າດິນ ເຊີ່ງເປັນວິທີການທີ່ໃຊ້ຢ່າງກວ້າງຂວາງໃນລະດັບສາກົນ ເຊີ່ງວິທີການດັ່ງກ່າວ ແມ່ນສາມາດນຳເອົາໄປໃຊ້ເຂົ້າໃນຫຼາຍຂະແໜງການ ເພື່ອປະເມີນຂໍ້ມູນທີ່ໄດ້ຮັບເຂົ້າໃນຂະແໜງການທີ່ຕ້ອງການ ຂອງ ສປປ ລາວ ໃນອານາຄົດ.