ບົດຄັດຫຍໍ້
ບົດຄົ້ນຄວ້ານີ້ແມ່ນໄດ້ອອກແບບການຜະລິດພະລັງງານໄຟຟ້າໂດຍນຳໃຊ້ຕົ້ນໄມ້ໄຟຟ້າກັງຫັນລົມ, ເພື່ອທີ່ຈະອະທິບາຍວ່າພະລັງງານໄຟຟ້າທີ່ຜະລິດຈາກຕົ້ນໄມ້ກັງລົມໄດ້ແນວໃດນັ້ນ ໜ່ວຍປັ່ນໄຟແບບກັງຫັນແກນຕັ້ງແມ່ນຈະຍຶດເຂົ້າກັບກ່ອງໄມ້ ໜ່ວຍປັ່ນໄຟກັງຫັນລົມປະກອບດ້ວຍສີ່ໃບພັດ ຊຶ່ງຍຶດຕິດກັບເພົາຂອງໜ່ວຍປັ່ນໄຟ ແກນເພົາແມ່ນໄດ້ຍຶດເຂົ້າຂົດລວດທອງແດງສາມມ້ວນ ຂົດລວດທອງແດງສາມມ້ວນແມ່ນພາກສ່ວນເຄື່ອນທີ່ ແລະ ແມ່ເຫຼັກຖາວອນທີ່ເປັນຮູບວົງມົນເປັນພາກສ່ວນຄົງທີ່ ເມື່ອລົມເປົ່າໃສ່ກັບໃບພັດກັງຫັນລົມ ກັງຫັນລົມຈະໝູນເອົາຂົດລວດທອງແດງໝູນອ້ອມແມ່ເຫຼັກຖາວອນຮູບວົງມົນ ເຮັດໃຫ້ຄວາມໜາແໜ້ນຂອງເສັ້ນແຮງແມ່ເຫຼັກໄປຕັດກັບຂົດລວດ ເຮັດໃຫ້ເກີດມີແຮງດັນເກີດຂຶ້ນທີ່ຂົດລວດ ລົມຈຳລອງທີ່ຈະນະມາໃຊ້ໃນການທົດລອງແມ່ນມີລະດັບຄວາມໄວລະຫວ່າງ 8 m/s ຫາ 10 m/s. ຜົນຂອງການທົດລອງພົບວ່າ ເມື່ອປ້ອນຄວາມໄວລົມ 8 m/s ໃຫ້ກັບຕົ້ນໄມ້ກັງຫັນລົມ ແຮງດັນໄຟຟ້າທີ່ຜະລິດໄດ້ແມ່ນ 8.44 V ແຮງດັນໄຟຟ້າຈະຄ່ອຍໆເພີ່ມຂຶ້ນເມື່ອເພີ່ມຄວາມໄວລົມ ສຳລັບຄວາມໄວລົມໃນລະດັບ 10 m/s ແຮງດັນໄຟຟ້າແມ່ນເພີ່ມຂຶ້ນເຖິງ 12.5V ຊຶ່ງສາມາດເຮັດໃຫ້ດອກໄຟ LED 12 V DC ຮູ່ງໄດ້.