ບົດຄັດຫຍໍ້
ການປັບສະພາບຕົວຢ່າງຂອງເສດຂີ້ເຫຍື້ອອ້ອຍເພື່ອນຳມາເປັນວັດຖຸດິບໃນການຜະລິດເອທານອລຊີວະພາບດ້ວຍທາດແຄລຊ່ຽມໄຮດ໋ອກໄຊCa(OH)2ທີ່ມີຄວາມເຂັ້ມຂຸ້ນ 2%, 4% ແລະ 6%ທີ່ອຸນຫະພູມ 90°C, 100°C, 110°Cແລະ 120°C.ຈາກຜົນຂອງການວິເຄາະຫາອົງປະກອບທາງຊີວະເຄມີ ເຊັ່ນ: ປະລິມານຂອງທາດແຊກ, ໂຮໂລເຊລລູໂລສ, ແອລຟາ-ເຊລລູໂລສ ແລະ ລິກນິນ ພົບວ່າ: ສະພາວະຕ່າງໆມີຜົນຕໍ່ປະລິມານຂອງທາດໂຮໂລເຊລລູໂລສທີ່ໄດ້ ແລະ ປະລິມານການກໍາຈັດທາດແຊກ, ລິກນິນ. ເຫັນວ່າການປັບສະພາບໃນສະພາວະCa(OH)24%, 100°Cມີປະລິມານຂອງທາດໂຮໂລເຊລລູໂລສ ແລະ ແອລຟາ-ເຊລລູໂລສສູງສຸດປະມານ 99.39%ແລະ 86.75%ຕາມລຳດັບ ແລະຍັງເປັນສະພາວະທີ່ພົບປະລິມານຂອງທາດແຊກ ແລະ ປະລິມານຂອງລິກນິນໜ້ອຍທີ່ສຸດຄື: ມີພຽງແຕ່ 25%ແລະ1.5%ຕາມລຳດັບ.