ບົດຄັດຫຍໍ້
ຜົນຂອງການນຳໃຊ້ແຫຼ່ງທາດຊີ້ນຈາກໃບມັນຕົ້ນບົດ ເສີມດ້ວຍຫົວມັນຕົ້ນໝັກຢີສ ຕໍ່ກັບການຈະເລີນເຕີບໂຕຂອງໄກ່ພື້ນເມືອງ ເຊິ່ງມີຈຸດປະສົງເພື່ອ ສົມທຽບການກິນໄດ້, ການຈະເລີນເຕີບໂຕ ແລະ ອັດຕາການແລກປ່ຽນອາຫານມາເປັນນ້ຳໜັກ. ການທົດລອງໄດ້ຈັດຕັ້ງປະຕິບັດຢູ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໂດຍໃຊ້ເວລາ 90 ວັນ. ໄກ່ທົດລອງແມ່ນໄດ້ໃຫ້ອາຫານແບບເຕັມທີ່. ອາຫານແຕ່ລະສູດແມ່ນໄດ້ຈໍາກັດລະດັບທາດຊີ້ນໃຫ້ມີລະດັບ 15%. ຮູບແບບງານທົດລອງແມ່ນໄດ້ນຳໃຊ້ແບບສຸ່ມສົມບູນໃນບຣ໋ອກ ເຊິ່ງປະກອບມີ 4 ສິ່ງທົດລອງ, ໄກ່ຈໍານວນທັງໝົດ 48 ໂຕ (12 ໂຕ/ສິ່ງທົດລອງ) ໄກ່ມີອາຍຸປະມານ 8 ອາທິດ, ມີນໍ້າໜັກເລີ່ມຕົ້ນລະຫວ່າງ 388 – 612 g/ໂຕ, ວິທີການລ້ຽງແມ່ນລ້ຽງແບບຂັງຄອກ.
ຜົນການທົດລອງພົບວ່າ: ແຕ່ລະສິ່ງທົດລອງແມ່ນມີອັດຕາການກິນໄດ້ລວມ, ອັດຕາການຈະເລີນເຕີບໂຕສະເລ່ຍຕໍ່ມື້ (ADG), ອັດຕາການແລກປ່ຽນອາຫານມາເປັນນໍ້າໜັກໂຕ (FCR) ບໍ່ຄວາມແຕກຕ່າງກັນທາງດ້ານສະຖິຕິ (P>0.05) ດີກວ່າໝູ່ແມ່ນສິ່ງທົດລອງ T2 ເທົ່າກັບ 4.9 ແລະ ຕໍ່າກວ່າໝູ່ແມ່ນສິ່ງທົດລອງ T0 ເທົ່າກັບ 5.1 ສາມາດສະຫຼຸບໄດ້ວ່າ: ໃນສິ່ງທົດລອງ T2 ທີ່ໃຫ້ແຫຼ່ງທາດຊີ້ນຈາກວັດຖຸດິບ (ໃບມັນຕົ້ນບົດໃນລະ ດັບ 9% ເປັນສ່ວນປະສົມ) ແມ່ນເຮັດໃຫ້ໄກ່ອັດຕາການຈະເລີນເຕີບໂຕດີ ແລະ ມີອັດຕາການແລກປ່ຽນອາຫານມາເປັນນ້ຳໜັກທີ່ດີ.