Categories
ສາຍທຳມະຊາດ

ການສຶກສາການປົນເປື້ອນຂອງໄມໂຄຣພລາສຕິກໃນແຫຼ່ງນໍ້າ ແລະ ດິນຕະກອນ ບໍລິເວນບຶງທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ວິມາລາ ອາລຸນ; ພຸດຄຳ ສິງພາຈອນ; ບຸນພັກ ລໍເບຣຍຢາວ; ດາວອນ ແກ້ວມະນີ ພາກວິຊາ ວິທະຍາສາດສິ່ງແວດລ້ອມ, ຄະນະ ວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ຊາດ Vimala.aroune20@gmail.com; Phoutkhamsk@gmail.com

ບົດຄັດຍໍ້

(ປະມານ 20% ຂອງຊະນິດໄມໂຄຣ ພລາສຕິກທັງໝົດໃນນ້ຳ.  ສ່ວນປະລິມານໄມໂຄຣພລາສຕິກໃນຕົວຢ່າງດິນຕະກອນທັງໝົດຈາກ 5 ຈຸດ ແມ່ນປະກອບມີ 231 ອັນ ໂດຍພົບຫຼາຍສຸດຈຸດທີ 1 ມີ 73 ການສຶກສາການປົນເປື້ອນຂອງໄມໂຄຣພລາສຕິກໃນນ້ຳ ແລະ ດິນຕະກອນ ບໍລິເວນເຂດບຶງທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ມີ 2 ຈຸດປະສົງເພື່ອ: 1) ເພື່ອສຶກສາປະລິມານທາງດ້ານກາຍະພາບ (ສີ, ຮູບຮ່າງ ແລະ ຂະໜາດ) ຂອງໄມໂຄຣພລາສຕິກທີ່ປົນເປື້ອນໃນນໍ້າ ແລະ ດິນຕະກອນ ໃນບໍລິເວນເຂດບຶງທາດຫຼວງ; 2) ເພື່ອສຶກສາຫາຊະນິດຂອງໄມໂຄຣພລາສຕິກທີ່ປົນເປື້ອນໃນນໍ້າ ແລະ ດິນຕະກອນ ໃນບໍລິເວນເຂດບຶງທາດຫຼວງ ໂດຍໄດ້ເກັບຕົວຢ່າງນ້ຳ (250 mL) ແລະ ດິນຕະກອນ (150 g) ແບບເຈາະຈົງ (Purposive sampling) ໃນຈຸດຕຳແໜ່ງພິກັດດຽວກັນ, ໂດຍເກັບຕົວຢ່າງລະ 5 ຈຸດ. ໃນການວິເຄາະຫາປະລິມານທາງກາຍະພາບຂອງໄມໂຄຣພລາສຕິກແມ່ນໃຊ້ວິທີການສ່ອງຜ່ານກ້ອງ Stereo microscopes-Stemi 508 ແລະ ວິເຄາະຫາຊະນິດຂອງໄມໂຄຣພລາສຕິກແມ່ນໄດ້ນຳໃຊ້ວິທີການດ້ວຍເຄື່ອງມື (FT-IR).ຜົນຈາກການສຶກສາພົບວ່າ: ປະລິມານໄມໂຄຣພລາສຕິກໃນຕົວຢ່າງນ້ຳທັງໝົດຈາກ 5 ຈຸດແມ່ນມີທັງໝົດ 124 ອັນ ແລະ ເຫັນໄດ້ວ່າມີໄມໂຄຣພລາສຕິກຫຼາຍສຸດຢູ່ຈຸດທີ 5 ມີ 42 ອັນ, ສ່ວນພົບໜ້ອຍທີ່ສຸດແມ່ນຢູ່ຈຸດທີ 1 ມີ 11 ອັນ; ໃນນັ້ນຮູບຮ່າງຂອງໄມໂຄຣພລາສຕິກທີ່ວິເຄາະໄດ້ພົບວ່າ: ມີ 6 ຮູບແບບ, ມີ 5 ສີ, ຂະໜາດມີ 5 ລະດັບ ແລະ  ຊະນິດຂອງໄມໂຄຣພລາສຕິກມີ 8 ຊະນິດ, ໂດຍພົບຫຼາຍສຸດແມ່ນໂພລີເອສເທີ (Polyesterອັນ ແລະ ພົບໜ້ອຍສຸດຈຸດທີ 3 ມີ 24 ອັນ; ໃນນັ້ນຮູບຮ່າງຂອງໄມໂຄຣພລາສຕິກທີ່ວິເຄາະໄດ້ພົບວ່າ: ມີ 7 ຮູບແບບ, ມີ 4 ສີ, ຂະໜາດມີ 5 ລະດັບ ແລະ  ຊະນິດມີ 3 ຊະນິດ ໂດຍພົບຫຼາຍແມ່ນຊະນິດໂພລີເອມາຍດ໌-6 (Polyamide-6) ກວມເອົາ 50% ຂອງຊະນິດໄມໂຄຣພລາສຕິກທັງໝົດ. ດັ່ງນັ້ນ, ການພົບເຫັນວ່າມີປະລິມານຂອງໄມໂຄຣພລາສຕິກຈໍານວນຫຼາຍຢູ່ທັງໃນນໍ້າ ແລະ ດິນຕະກອນ ເຊິ່ງແຫຼ່ງທີ່ມາຂອງໄມໂຄຣພລາສຕິກອາດຈະມາຈາກການປົນເປື້ອນຂອງນ້ຳທີ່ປ່ອຍ ມາຈາກໂຮງງານ, ໂຮງໝໍ ແລະ ເຂດຊຸມຊົນໃກ້ຄຽງ. ນອກນັ້ນ, ການຖິ້ມຂີ້ເຫຍື້ອພລາສຕິກລົງໃນແຫຼ່ງນ້ຳໂດຍກົງນັ້ນ ຖ້າຫາກເປັນພລາສຕິກທີ່ມີຂະໜາດໃຫຍ່ຈະກໍໃຫ້ເກີດການສະສົມຢູ່ໃນແຫຼ່ງນ້ຳເປັນເວລາດົນ ແລະ ສາມາດເກີດປະຕິກິລິຍາອອກຊິເດເຊິນ Photo biodegradables ໄດ້ເມືື່ອພລາສຕິກທີ່ຖືກຍ່ອຍສະຫຼາຍນັ້ນກະທົບກັບແສງຈຶ່ງກາຍໄປເປັນໄມໂຄຣພລາສຕິກທີ່ມີຂະໜາດນ້ອຍ ແລະ ເກີດການສະສົມຢູ່ໃນຕ່ອງໂສ້ອາຫານຂອງສິ່ງທີ່ມີຊີວິດໄດ້.

Categories
ສາຍສັງຄົມ

ສຶກສາຄວາມສໍາພັນລະຫວ່າງແຫຼ່ງນໍ້າ ແລະ ການເກີດພະຍາດໄຂ້ເລືອດອອກກໍລະນີສຶກສາ: ນະຄອນຫຼວງວຽງຈັນ

ຜູ້ຄົ້ນຄວ້າ: ປທ. ນາງ ປາລະມີ ຈັ້ງລືໄຊ Name and Surname: Palamy Changleuxai ພາກວິຊາພູມີສາດ ແລະ ສາລະສົນເທດສາດ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ Department of Geography and Information Science, Faculty of Social Sciences, National University of Laos ອີເມວ (E-mail): palamy.ch@gmail.com ເບີໂທລະສັບ (Tel): +85620 55363653

ບົດຄັດຫຍໍ້

ໄຂ້ເລືອດອອກເປັນພະຍາດທີ່ມີແຜ່ລະບາດທົ່ວໂລກ ແລະ ມີປະຊາກອນຫຼາຍກວ່າ 70% ໃນໂລກອາໄສຢູ່ໃນເຂດທີ່ມີຄວາມສ່ຽງຕໍ່ການຕິດພະຍາດດັ່ງກ່າວໂດຍສະເພາະແມ່ນເຂດທີ່ມີອາກາດຮ້ອນຊຸ່ມເຊັ່ນ: ຂົງເຂດອາຊີອາເວັນອກກສ່ຽງໃຕ້. ເວົ້າສະເພາະປະເທດລາວ, ມີການລາຍງານຜູ້ຕິດພະຍາດໄຂ້ເລືອດອອກຕັ້ງແຕ່ປີ 1983 ແລະ ມີການລະບາດໃຫຍ່ໃນປີ 1985, 1987, 1995, 1996, 1998, 2003, 2010, 2017 ແລະ 2019. ໃນແຕ່ລະປີມີຈໍານວນຜູ້ຕິດເຊື້ອຫຼາຍກວ່າ 1,000 ກໍລະນີ ແລະຫຼາຍກວ່າບັນດາແຂວງອື່ນໆແມ່ນຢູ່ນະຄອນຫຼວງວຽງຈັນ. ສາເຫດການເກີດຂຶ້ນຂອງພະຍາດໄຂ້ເລືອດອອກແມ່ນກ່ຽວຂ້ອງກັບຫຼາຍປັດໄຈ ແລະ ນຶ່ງໃນນັ້ນແມ່ນປັດໄຈທາງດ້ານສິ່ງແວດລ້ອມ. ບົດສຶກສາຄົ້ນຄວ້ານີ້ມີຈຸດປະສົງສຶກສາຄວາມສຳພັນກັນຂອງພະຍາດໄຂ້ເລືອດອອກ ແລະ ແຫຼ່ງນໍ້າຕ່າງໆໂດຍນໍາໃຊ້ຂໍ້ມູນພາບຖ່າຍດາວທຽມ Planet Scope ແລະ Rapid Eyes ເພື່ອສຶກສາແຫຼ່ງນໍ້າເທິງຫນ້າດິນແລ້ວນໍາມາສົມທຽບກັບຂໍ້ມູນປະລິມານນໍ້ຝົນ (Rainfall) ແລະ ພະຍາດໄຂ້ເລືອດອອກ (Dengue Fever) ແລະໄລຍະການເກີດຂອງພະຍາດໄຂ້ເລືອດອອກ (Lag1, Lag2). ການສຶກສານີ້ແມ່ນໄດ້ເນັ້ນໃສ່ການລະບາດຂອງພະຍາດປີ 2017 ເນື່ອງຈາກຂໍ້ມູນທີ່ຈໍາເປັນຕ້ອງໃຊ້ແມ່ນສາມາດສະໜອງໃຫ້ກັບບົດຄົ້ນຄວ້ານີ້ໄດ້ເຊັ່ນ: ຂໍ້ມູນທາງພື້ນທີ່ຂອງພະຍາດໄຂ້ເລືອດອອກ, ແລະ ຂໍ້ມູນພາບຖ່າຍດາວທຽມ. ວິທີການສຶກສາໃນຄັ້ງນີ້ຜູ້ຄົ້ນຄວ້າໄດ້ນໍາໃຊ້ວິທີການຂອງ NDWI (Normalized Difference Water Index) ແລະ NDMI (Normalized Difference Moisture Index) ເພື່ອສຶກສາແຫຼ່ງນໍ້າເທິງຫນ້າດິນໃນໄລຍະເວລາທີ່ແຕກຕ່າງກັນຄື ເລີ່ມແຕ່ເດືອນມັງກອນເຖິງເດືອນທັນວາ ປີ 2017. ຈາກນັ້ນໄດ້ນໍາໃຊ້ວິທີການ Spearman Correlation ແລະ Regression Analysis ເພື່ອສຶກສາຄວາມພົວພັນລະຫວ່າງແຫຼ່ງນໍ້າ, ປະລິມານນໍ້າຝົນ ແລະ ພະຍາດໄຂ້ເລືອດອອກ. ຈາກຜົນຂອງການຄົ້ນຄວ້າພົບວ່າແຫຼ່ງນໍ້າເທິງຫນ້າດິນ ແລະ ປະລິມານນໍ້າຝົນແມ່ນມີຄວາມສໍາພັນກັບພະຍາດໄຂ້ເລືອດອອກຢູ່ໃນລະດັບທີ່ສໍາຄັນ. ຕໍ່ກັບການຂະຫຍາຍຕົວຂອງຍຸງເຫັນວ່າບໍ່ມີຄວາມສໍາພັນກັນຮ່ວມກັບແຫຼ່ງນໍ້າ, ແຕ່ມີຄວາມສຳພັນຮ່ວມກັບປະລິມານນໍ້າຝົນຢູ່ໃນລະດັບທີ່ສຳຄັນ.