Categories
ສາຍສັງຄົມ

ການນຳໃຊ້ວິທີການສອນແບບ TGT ເຂົ້າໃນການຮຽນ – ການສອນວິຊາພາສາລາວ: ການອ່ານ ແລະ ການຂຽນ ຊັ້ນ ປ.4 ໂຮງຮຽນປະຖົມສົມບູນສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ

ອຈ. ປທ. ໄພວັນ ພັດທະທໍາມະວົງ*, ຮສ. ປອ. ສີຖານ ສຸຂະວົງ*, ອຈ.ປອ. ໜຽວ ສີລາວົງ*, ປທ. ຄໍາເມີງ ສີບຸນເຮືອງ*, ປທ. ວັນນະສຸກ ບົວສັງທອງ

ບົດຄັດຫຍໍ້

ການຄົ້ນຄວ້າຄັ້ງນີ້ ເປັນການຄົ້ນຄວ້າແບບທົດລອງ ໂດຍມີຈຸດປະສົງ: 1) ເພື່ອສຶກສາຫາປະສິດທິພາບຂອງບົດສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສອນແບບ TGT ຕາມເກນ 80/80, 2) ປະສິດທິຜົນການຮຽນຂອງນັກຮຽນ, 3) ເພື່ອສຶກສາລະດັບຄວາມເພິ່ງພໍໃຈຂອງນັກຮຽນຕໍ່ການນໍາໃຊ້ວິທີສິດສອນແບບ TGT ເຂົ້າໃນການຮຽນການສອນພາສາລາວ: ການອ່ານ-ການຂຽນ. ກຸ່ມທົດລອງທີ່ໃຊ້ໃນການຄົ້ນຄວ້າແມ່ນນັກຮຽນປະຖົມສຶກສາຊັ້ນ ປ.4 ຂອງໂຮງຮຽນປະຖົມສົມບູນສາທິດ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ສົກຮຽນ 2019-2020 ຈໍານວນ 1 ຫ້ອງ, ມີນັກຮຽນຈໍານວນ 56 ຄົນ (ຍິງ 28 ຄົນ). ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີ ບົດສອນວິຊາພາສາລາວ: ການອ່ານ-ການຂຽນ ຈໍານວນ 5 ບົດ, ແບບທົດສອບຍ່ອຍ ຈໍານວນ 5 ສະບັບ, ແບບສອບສອບວັດຜົນສໍາເລັດທາງການຮຽນ 4 ຕົວເລືອກ ຈໍານວນ 20 ຂໍ້, ຄ່າອໍານາດຈໍາແນກ (r) ຢູ່ໃນຫວ່າງ 0.30-0.60, ຄ່າຄວາມຍາກງ່າຍ (P) ຢູ່ໃນຫວ່າງ 0.40-0.70, ຄ່າຄວາມເຊື່ອໝັ້ນຂອງແບບທົດສອບແມ່ນ 0.752 ແລະ ແບບສອບຖາມຄວາມເພິ່ງພໍໃຈ ຈໍານວນ 1 ສະບັບ ມີຈໍານວນ 23 ຂໍ້, ມີຄ່າຄວາມສອດຄ່ອງທາງດ້ານເນື້ອໃນ (IOC) ເທົ່າກັບ 1.00 ທຸກຂໍ້ ແລະ ຄ່າຄວາມເຊື່ອໝັ້ນຂອງແບບສອບຖາມຄວາມເພິ່ງພໍໃຈແມ່ນ 0.91.

ຜົນການຄົ້ນຄວ້າພົບວ່າ:

  1. ບົດສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ມີປະສິດທິພາບເທົ່າກັບ 83.36/87.14 ສູງກວ່າເກນທີ່ຕັ້ງໄວ້;
  2. ປະສິດຕິຜົນການຮຽນຮູ້ວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ມີຄ່າດັດສະນີປະສິດທິຜົນເທົ່າກັບ 0.8982 ໝາຍຄວາມວ່ານັກຮຽນມີຄວາມກ້າວໜ້າທາງການຮຽນແມ່ນ 89.82%;

ຄວາມເພິ່ງພໍໃຈຂອງນັກຮຽນຕໍ່ການຈັດກິດຈະກໍາການຮຽນ-ການສອນວິຊາພາສາລາວ: ການອ່ານ-ການຂຽນ ໂດຍນໍາໃຊ້ວິທີສິດສອນແບບ TGT ສໍາລັບນັກຮຽນປະຖົມສົມບູນສາທິດ ໂດຍລວມແມ່ນຢູ່ໃນລະດັບພໍໃຈຫຼາຍທີ່ສຸດ.